ຣາຈານີ ມັກການແຕ້ມຮູບໂດຍການໃຊ້ຈິນຕະນາການຂອງລາວເອງ. ຢ່າງໃດກໍຕາມ ແມ່ຂອງລາວມັກສົງໄສວ່າ ເປັນຫຍັງຮູບແຕ້ມຂອງຣາຈານີຈິ່ງບໍ່ສົມຈິງ. ແລ້ວຣາຈານີ ຈະເຮັດໃຫ້ແມ່ຂອງລາວຮູ້ໄດ້ແນວໃດວ່າ ການແຕ້ມຮູບທີ່ຖືກຕ້ອງບໍ່ແມ່ນມີແຕ່ວິທີດຽວ?
ເຈົ້າຢາກມີໝູ່ທີ່ພິເສດບໍ ລອງອ່ານປື້ມເລັ້ມນີ້ ແລ້ວເຈົ້າຈະພົບວ່າ ເຈົ້າມີໝູ່ທີ່ພິເສດທີ່ສຸດຢູ່ແລ້ວ!
ໜູນ້ອຍມັກໂອ້ອວດ ວ່າຕົນເອງເກັ່ງ ແລະ ແຂງແຮງກວ່າໝູ່. ມື້ນີ້ ລີງຊວນໝູ່ໄປຂີ່ເຮືອ ແຕ່ໝູຢາກຂີ່ຜູ້ດຽວ. ມັນຈະເກີດຫຍັງຂຶ້ນ? ໄປອ່ານນຳກັນເທາະ.
ນີ້ແມ່ນບົດກະວີສັ້ນກ່ຽວກັບໝວກຮູບຈວຍ ຫຼື ເອີ້ນວ່າ ກູບ ນັ້ນເອງ. ມັນເປັນໝວກທີ່ປະດິດມາຈາກໃບອ້ອຍ. ມັນຖືກນຳໃຊ້ໄດ້ຢ່າງຫຼວງຫຼາຍ. ແລ້ວເຈົ້າຕ້ອງການຮູ້ຂໍ້ມູນເພີ່ມເຕີມກ່ຽວກັບໝວກທີ່ໜ້າສົນໃຈນີ້ ຫຼື ບໍ?
ຊ້າງນ້ອຍກຽມໄປໂຮງຮຽນມື້ທຳອິດ. ລາວໄດ້ກຽມອຸປະກອນຫຼາຍຢ່າງໃສ່ຖົງ ແລະ ກໍໄປໂຮງຮຽນ. ຈະມີຫຍັງເກີດຂຶ້ນຢູ່ທີ່ໂຮງຮຽນ? ພວກເຮົານຳຊ້າງນ້ອຍໄປໂຮງຮຽນນຳກັນເທາະ.
ມາຄົ້ນຫານຳກັນ ວ່າໃຜແດ່ທີ່ຊ່ວຍເດັກນ້ອຍຄົນນີ້ ເຮັດປຶ້ມອ່ານຈົນສຳເລັດ! ແປເປັນພາສາລາວໂດຍ ວິນິດສາ ຈັນທະວົງ, ກວດແກ້ພາສາລາວໂດຍ ສີວຽງແກ້ວ ບຸນລືໄຕ.
By navigating this website, you agree to the storing of cookies on your device to enhance site navigation and analyze site usage.